ການລະເມີດຊັບສິນທາງປັນຍາ
ພວກເຮົາບໍ່ອະນຸຍາດໃຫ້ມີຮູບ ຫຼື ເນື້ອຫາອື່ນໃດທີ່ລະເມີດສິດທາງກົດໝາຍຂອງຄົນອື່ນ, ຮວມທັງລິຂະສິດນຳ. ສຳລັບຂໍ້ມູນເພີ່ມເຕີມ ຫຼື ເພື່ອສົ່ງຄຳຮ້ອງຂໍ DMCA, ກະລຸນາກວດສອບ ຂັ້ນຕອນລິຂະສິດຂອງພວກເຮົາ.
Google ມຸ່ງໝັ້ນທີ່ຈະຊ່ວຍທ່ານຄົ້ນພົບໂລກອ້ອມຮອບຕົວທ່ານ ແລະ ສຳຫຼວດໂລກດ້ວຍວິທີທີ່ໜ້າຕື່ນເຕັ້ນ ແລະ ສ້າງສັນ. ຮູບພາບຢູ່ແພລດຟອມຂອງພວກເຮົາມີຈຸດປະສົງເພື່ອປັບປຸງປະສົບການໃນການໃຊ້ແຜນທີ່ໃຫ້ດີຂຶ້ນ, ຊ່ວຍໃຫ້ທ່ານເບິ່ງຕົວຢ່າງ ແລະ ສຳຫຼວດສະຖານທີ່ໃກ້ຄຽງ ຫຼືທົ່ວໂລກ. ພວກເຮົາພະຍາຍາມຢ່າງໜັກເພື່ອໃຫ້ຮູບພາບນີ້ມີປະໂຫຍດ ແລະ ສະແດງໃຫ້ເຫັນໂລກທີ່ຜູ້ໃຊ້ຂອງພວກເຮົາອອກສຳຫຼວດ.
ນອກຈາກນີ້, ຮູບພາບຂອງພວກເຮົາຍັງຮອງຮັບປະສົບການໃໝ່ໆທີ່ສ້າງສັນຜ່ານ AI ນຳ. ເຊິ່ງສາມາດຊ່ວຍໃຫ້ທ່ານສຳຫຼວດໂລກຜ່ານເນື້ອຫາດິຈິຕອນທີ່ລ້ຳສະໄໝ, ຮວມທັງຂັບເຄື່ອນຮູບແບບໃໝ່ໆຂອງຄວາມຄິດສ້າງສັນ ແລະ ການຄົ້ນພົບ. Google ມຸ່ງໝັ້ນທີ່ຈະໃຊ້ຮູບພາບນີ້ຢ່າງມີຄວາມຮັບຜິດຊອບດ້ວຍ AI ຕາມຂໍ້ກຳນົດດ້ານຄວາມເປັນສ່ວນຕົວຂອງພວກເຮົາ.
ຮູບພາບສະຕຣີດວິວສາມາດປະກອບສ່ວນໄດ້ໂດຍພາກສ່ວນພາຍນອກ ຫຼື Google. ທ່ານສາມາດບອກຄວາມແຕກຕ່າງໄດ້ຈາກຊື່ຜູ້ປະກອບສ່ວນ ຫຼື ໄອຄອນທີ່ນຳສະເໜີໄປກັບແຕ່ລະຮູບໄດ້. ຮູບພາບທີ່ບັນທຶກໂດຍພາກສ່ວນພາຍນອກ ແລະ ເຜີຍແຜ່ໄປໃສ່ Google ແຜນທີ່ແລ້ວນັ້ນແມ່ນເປັນເຈົ້າຂອງໂດຍຜູ້ປະກອບສ່ວນນັ້ນ (ຫຼື ຜູ້ສືບທອດທີ່ເຂົາເຈົ້າມອບໝາຍ).
ໜ້ານີ້ຈະອະທິບາຍນະໂຍບາຍຮູບພາບສະຕຣີດວິວທີ່ປະກອບສ່ວນໂດຍ Google. ສຳລັບຮູບພາບສະຕຣີດວິວທີ່ປະກອບສ່ວນໂດຍຜູ້ໃຊ້, ກະລຸນາອ່ານ ນະໂຍບາຍເນື້ອຫາທີ່ປະກອບສ່ວນໂດຍຜູ້ໃຊ້ແຜນທີ່ .
ສະຕຣີດວິວທີ່ປະກອບສ່ວນໂດຍ Google ນະໂຍບາຍຮູບພາບ
ເພື່ອຊ່ວຍຮັບປະກັນວ່າທຸກຄົນທີ່ກຳລັງເບິ່ງຮູບພາບສະຕຣີດວິວຈະມີປະສົບການດ້ານບວກທີ່ເປັນປະໂຫຍດ, ພວກເຮົາຈຶ່ງໄດ້ພັດທະນານະໂຍບາຍສະຕຣີດວິວທີ່ປະກອບສ່ວນໂດຍ Google ນີ້ຂຶ້ນມາ. ມັນຈະອະທິບາຍວ່າພວກເຮົາປະຕິບັດຕໍ່ເນື້ອຫາທີ່ບໍ່ເໝາະສົມແນວໃດ ແລະ ເກນທີ່ພວກເຮົາໃຊ້ສຳລັບການເຜີຍແຜ່ຮູບພາບສະຕຣີດວິວໄປໃສ່ Google ແຜນທີ່. ກະລຸນາກວດເບິ່ງເປັນໄລຍະໆເນື່ອງຈາກພວກເຮົາມີການປັບປຸງນະໂຍບາຍຂອງພວກເຮົາຢູ່ເລື້ອຍໆ.
ຮູບພາບສະຕຣີດວິວຈະສະແດງສະເພາະສິ່ງທີ່ກ້ອງຂອງພວກເຮົາເຫັນໃນມື້ທີ່ຜ່ານສະຖານທີ່ນັ້ນ. ຫຼັງຈາກນັ້ນແລ້ວ, ມັນຈະໃຊ້ເວລາຫຼາຍເດືອນໃນການປະມວນຜົນພວກມັນ. ນີ້ໝາຍຄວາມວ່າຮູບພາບທີ່ທ່ານເຫັນອາດຜ່ານມາດົນຫຼາຍເດືອນ ຫຼື ຫຼາຍປີແລ້ວ. ໃນບາງສະຖານທີ່ທີ່ພວກເຮົາໄດ້ເກັບກໍາຮູບພາບໃນໄລຍະເວລາຫຼາຍປີ, ທ່ານອາດຈະສາມາດເບິ່ງເພື່ອການປ່ຽນແປງຮູບພາບທີ່ຢູ່ໃນຟັງຊັນ Time Machine ຂອງພວກເຮົາ.
Google ໃຊ້ມາດຕະການຫຼາຍຂັ້ນຕອນໃນການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ໃນຮູບພາບສະຕຣີດວິວ, ທັງພາຍໃນ Google ແຜນທີ່ ແລະ ເມື່ອພວກເຮົາໃຊ້ຮູບພາບດັ່ງກ່າວເພື່ອພັດທະນາຄວາມສາມາດໃໝ່ໆຂອງ AI.
ການປົກປ້ອງຄວາມເປັນສ່ວນຕົວອັດຕະໂນມັດ: ພວກເຮົາໄດ້ພັດທະນາເທັກໂນໂລຢີລ້ຳສະໄໝສຳລັບມົວໃບໜ້າ ແລະ ປ້າຍທະບຽນລົດເຊິ່ງອອກແບບມາເພື່ອມົວໃບໜ້າ ແລະ ປ້າຍທະບຽນລົດທີ່ສາມາດລະບຸຕົວຕົນໄດ້ພາຍໃນຮູບພາບທີ່ມາຈາກ Google ໃນສະຕຣີດວິວ.
ການໃຊ້ສະຕຣີດວິວສຳລັບ AI ສ້າງເນື້ອຫາ: ພວກເຮົາໃຊ້ຮູບພາບສະຕຣີດວິວເພື່ອຝຶກ ແລະ ລະບຸພຣອມໂມເດວ AI ສ້າງເນື້ອຫາທີ່ມີປະສິດທິພາບຂອງພວກເຮົາ (ເຊັ່ນ: Gemini, Nano Banana ແລະ Veo) ເພື່ອມອບເຄື່ອງມືທີ່ມີປະໂຫຍດ ເຊັ່ນ: ການຊ່ວຍຜູ້ໃຊ້ ແລະ ຮຸ້ນສ່ວນຂອງພວກເຮົາສ້າງເນື້ອຫາດິຈິຕອນທີ່ລ້ຳສະໄໝເຊິ່ງນຳສະເໜີສາກໃນໂລກແຫ່ງຄວາມເປັນຈິງໃນຮູບແບບໃໝ່. ຮູບພາບທີ່ໃຊ້ສຳລັບການລະບຸພຣອມແບບສ້າງເນື້ອຫາຈະຜ່ານການກັ່ນຕອງອັດຕະໂນມັດເພີ່ມເຕີມ, ຕົວຢ່າງ: ການລຶບຮູບເຕັມຕົວ ແລະ ພາຫະນະອອກ, ເພື່ອຮັກສາມາດຕະຖານຄວາມເປັນສ່ວນຕົວທີ່ເຂັ້ມງວດຂອງພວກເຮົາ ແລະ ຫຼຸດການປາກົດຂອງຂໍ້ມູນທີ່ລະບຸຕົວຕົນໄດ້ ແລະ ຂໍ້ມູນລະອຽດອ່ອນໃນຮູບທີ່ສ້າງຂຶ້ນໂດຍ AI.
ການຮ້ອງຂໍໃຫ້ມົວເພີ່ມເຕີມ: ຫາກທ່ານຕ້ອງການໃຫ້ມົວໃບໜ້າ ຫຼື ປ້າຍທະບຽນລົດຂອງຕົນເອງເພີ່ມເຕີມ ຫຼື ຢາກໃຫ້ພວກເຮົາມົວເຮືອນຂອງທ່ານໝົດທັງຫຼັງ, ລົດທັງຄັນ ຫຼື ຮ່າງກາຍເຕັມຕົວ, ກະລຸນາສົ່ງຄຳຮ້ອງຂໍໂດຍໃຊ້ເຄື່ອງມື "ລາຍງານບັນຫາ" . ພວກເຮົາດຳເນີນການຕາມຄຳຮ້ອງຂໍເຫຼົ່ານີ້ໂດຍນຳໃຊ້ການມົວກັບສຳເນົາຮູບພາບສະຕຣີດວິວທີ່ເຜີຍແຜ່ທັງໝົດ.
ການມົວ ແລະ ເນື້ອຫາທີ່ສ້າງຂຶ້ນໂດຍ AI: ເມື່ອພວກເຮົາໄດ້ຮັບ ແລະ ດຳເນີນການຕາມຄຳຮ້ອງຂໍໃຫ້ມົວໃໝ່, ພວກເຮົາຍັງກວດສອບວ່າຮູບພາບສະຕຣີດວິວທີ່ມົວໃໝ່ຈະບໍ່ຮວມຢູ່ໃນການລະບຸພຣອມ AI ສ້າງເນື້ອຫາຕັ້ງແຕ່ນັ້ນເປັນຕົ້ນໄປ, ເພື່ອເຄົາລົບຕົວເລືອກຄວາມເປັນສ່ວນຕົວຂອງທ່ານ. ແນວໃດກໍຕາມ, ຄຳຮ້ອງຂໍໃຫ້ມົວໃໝ່ຈະບໍ່ມີຜົນຕໍ່ຮູບທີ່ສ້າງຂຶ້ນໂດຍ AI ໃດໆເຊິ່ງພາກສ່ວນທີສາມສ້າງ ຫຼື ເຜີຍແຜ່ໄວ້ຢູ່ກ່ອນແລ້ວ.
ທ່ານສາມາດລາຍງານເນື້ອຫາບໍ່ເໝາະສົມໄດ້ໂດຍໃຊ້ລິ້ງ "ລາຍງານບັນຫາ" .ພວກເຮົາພິຈາລະນາໝວດໝູ່ຕໍ່ໄປນີ້ວ່າເປັນເນື້ອຫາທີ່ບໍ່ເໝາະສົມ, ເວັ້ນເສຍແຕ່ຈະມີຄຸນຄ່າດ້ານສິນລະປະ, ການສຶກສາ ຫຼື ສາລະຄະດີໃນເນື້ອຫາ.
ພວກເຮົາບໍ່ອະນຸຍາດໃຫ້ມີຮູບ ຫຼື ເນື້ອຫາອື່ນໃດທີ່ລະເມີດສິດທາງກົດໝາຍຂອງຄົນອື່ນ, ຮວມທັງລິຂະສິດນຳ. ສຳລັບຂໍ້ມູນເພີ່ມເຕີມ ຫຼື ເພື່ອສົ່ງຄຳຮ້ອງຂໍ DMCA, ກະລຸນາກວດສອບ ຂັ້ນຕອນລິຂະສິດຂອງພວກເຮົາ.
ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທາງເພດຢ່າງຈະແຈ້ງ.
ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ມີລັກສະນະຜິດກົດໝາຍ, ປະຊາສຳພັນກິດຈະກຳທີ່ເປັນອັນຕະລາຍ ຫຼື ເປັນອາຊະຍາກຳ ຫຼື ມີພາບຄວາມຮຸນແຮງທີ່ບໍ່ຈຳເປັນ.
ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ໃຊ້ສະຕຣີດວິວເພື່ອຂົ່ມຂູ່, ກັ່ນແກ້ງ ຫຼື ໂຈມຕີຜູ້ຄົນ.
ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ປະຊາສຳພັນ ຫຼື ຍອມໃຫ້ມີການໃຊ້ຄວາມຮຸນແຮງຕໍ່ຜູ້ຄົນ ຫຼື ກຸ່ມໂດຍອ້າງອີງຈາກເຊື້ອຊາດ, ຊົນເຜົ່າ, ສາດສະຫນາ, ຄວາມພິການ, ເພດ, ອາຍຸ, ສັນຊາດ, ສະຖານະການເປັນທະຫານຜ່ານເສິກ, ຄວາມບ່ຽງເບນທາງເພດ ຫຼື ລັກສະນະທາງເພດ.
ພວກເຮົາບໍ່ອະນຸຍາດໃຫ້ອົງກອນກໍ່ການຮ້າຍໃຊ້ບໍລິການນີ້ເພື່ອຈຸດປະສົງໃດກໍຕາມ, ຮວມທັງການຈັດຫາຄົນນຳ. ນອກຈາກນັ້ນ, ພວກເຮົາຈະຍັງມີການລຶບເນື້ອຫາທີ່ກ່ຽວຂ້ອງກັບການກໍ່ການຮ້າຍ ເຊັ່ນ: ເນື້ອຫາທີ່ປະຊາສຳພັນການກໍ່ການຮ້າຍ, ການກະຕຸ້ນຄວາມຮຸນແຮງ ຫຼື ສະເຫຼີມສະຫຼອງການໂຈມຕີຂອງຜູ້ກໍ່ການຮ້າຍ.
Google ມີນະໂຍບາຍທີ່ຈະບໍ່ອົດທົນຕໍ່ເນື້ອຫາທີ່ໃຊ້ປະໂຫຍດ ຫຼື ລະເມີດເດັກນ້ອຍ. ນີ້ຮວມໄປເຖິງຮູບພາບທາງເພດ ແລະ ເນື້ອຫາທັງໝົດທີ່ນຳສະເໜີເດັກນ້ອຍລັກສະນະທາງເພດ. ຫາກທ່ານພົບເນື້ອຫາໃດກໍຕາມທີ່ທ່ານຄິດວ່າເຮັດໃຫ້ເດັກນ້ອຍເສຍຫາຍໃນລັກສະນະນີ້, ກະລຸນາຢ່າສົ່ງຕໍ່ ຫຼື ຂຽນຄຳເຫັນໃສ່, ເຖິງແມ່ນວ່າເຈດຕະນາຂອງທ່ານຈະເປັນໄປເພື່ອເຮັດໃຫ້ Google ໃຫ້ຄວາມສົນໃຈກໍຕາມ. ຫາກທ່ານພົບເນື້ອຫາລັກສະນະນີ້ໃນບ່ອນອື່ນໆໃນອິນເຕີເນັດ, ກະລຸນາຕິດຕໍ່ National Center for Missing and Exploited Children (NCMEC) ໂດຍກົງ.
ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ມີຂໍ້ມູນທີ່ສາມາດລະບຸຕົວຕົນສະເພາະບຸກຄົນໄດ້ ເຊັ່ນ: ລາຍລະອຽດບັດເຄຣດິດ, ປະຫວັດທາງການແພດ ຫຼື ການລະບຸຕົວຕົນທີ່ລັດຖະບານອອກໃຫ້, ບໍ່ວ່າຈະເປັນຂອງທ່ານ ຫຼື ຂອງຄົນອື່ນກໍຕາມ.