ການສົ່ງເສີມຊຸມຊົນທ້ອງຖິ່ນໃນ Zanzibar ດ້ວຍສະຕຣີດວິວ
ການເພີ່ມການຮັບຮູ້ໃນລະດັບສາກົນຖືເປັນສິ່ງສຳຄັນສຳລັບປາຍທາງໃດກໍຕາມທີ່ອີງອາໄສການທ່ອງທ່ຽວເພື່ອຂະຫຍາຍເສດຖະກິດຂອງຕົນເອງ ແລະ ແຊນຊິບາກໍບໍ່ມີຂໍ້ຍົກເວັ້ນ. ດັ່ງນັ້ນເມື່ອເວົ້າຮອດການສ້າງຜົນກະທົບທາງເສດຖະກິດສຳລັບປະເທດຂອງເຂົາເຈົ້າ, ຄະນະກຳມະການການວາງແຜນແຊນຊິບາຈຶ່ງມຸ່ງໝັ້ນທີ່ຈະສະແດງຄວາມສວຍງາມຂອງໝູ່ເກາະຂອງເຂົາເຈົ້າ ແລະ ສະຕຣີດວິວກໍຢູ່ບ່ອນນັ້ນເພື່ອຊ່ວຍເຫຼືອ. ຮ່ວມກັບຊ່າງພາບມືອາຊີບ Federico Debetto, Nickolay Omelchenko ແລະ Chris du Plessis ຈາກ World Travel in 360 (WT360), ເຂົາເຈົ້າໄດ້ລິເລີ່ມ Project Zanzibar ຂຶ້ນມາ ແລະ ສ້າງແຮງບັນດານໃຈໃຫ້ຊຸມຊົນທ້ອງຖິ່ນດຳເນີນໂຄງການຕໍ່ໄປດ້ວຍຕົວຂອງເຂົາເຈົ້າເອງ.
Watch the film
Link to Youtube Video (visible only when JS is disabled)
1,700 ກມ
ຖ່າຍຮູບໄປແລ້ວ
980 ພັນ
ຮູບທີ່ເຜີຍແຜ່ໄປແລ້ວ
33 ລ້ານ
ຍອດເບິ່ງ
105 ໂຮງແຮມ
ມີລາຍຊື່
ຂັບເຄື່ອນການເຕີບໃຫຍ່ໄປພ້ອມກັນ
ການສ້າງແຜນທີ່ຂະໜາດໃຫຍ່ເປັນເລື່ອງທ້າທາຍ. ດັ່ງນັ້ນທີມງານ WT360 ຈຶ່ງໄດ້ເຂົ້າຮ່ວມກັບອາສາສະໝັກນັກສຶກສາສິບສອງຄົນຈາກມະຫາວິທະຍາໄລແຫ່ງລັດຂອງແຊນຊິບາເພື່ອຊ່ວຍສ້າງແຜນທີ່ເກາະອັນສວຍງາມຂອງ Unguja. ນຳທາງໂດຍຄວາມຊຳນານຂອງ Federico, Nickolay ແລະ Chris, ເຂົາເຈົ້າໄດ້ບັນທຶກວິດີໂອໄປແລ້ວກວ່າ 1,700 ກິໂລແມັດ.
ການທ່ອງທ່ຽວມີສ່ວນໃນ GDP 30% ຂອງພວກເຮົາ. ຜົນກໍຄື, ພວກເຮົາສາມາດເຝິກອົບຮົມໄວໜຸ່ມຂອງພວກເຮົາ ແລະ ຄົນທີ່ເຮັດວຽກຢູ່ໃນອຸດສາຫະກຳການທ່ອງທ່ຽວຢູ່ກ່ອນແລ້ວ. ມີຫຼາຍເທື່ອທີ່ຜູ້ຄົນຮັບຮູ້ວ່າການທ່ອງທ່ຽວເປັນເລື່ອງຂອງໂຮງແຮມ. ການທ່ອງທ່ຽວເປັນຫຼາຍກວ່ານັ້ນ. ທ່ານມີປະຫວັດສາດ, ທ່ານມີສາຍການບິນ ແລະ ທ່ານມີດ້ານການຕະຫຼາດ. ການມີຊາວແຊນຊິບາມີສ່ວນຮ່ວມໃນອຸດສາຫະກຳຫຼາຍຂຶ້ນຈະເປັນປະໂຫຍດຢ່າງໃຫຍ່ຫຼວງສຳລັບລັດຖະບານ ແລະ ສຳລັບເສດຖະກິດຂອງປະເທດ.
ໃນຂະນະທີ່ Zanzibar ພັດທະນາຂຶ້ນ, ທີມງານຂອງ Federico ກໍມີການປັບປຸງຮູບ 360 ຂອງຖະໜົນຢູ່ເປັນປະຈຳເພື່ອຊ່ວຍສະໜັບສະໜຸນການພັດທະນາໂຄງລ່າງພື້ນຖານ ແລະ ດຶງດູດຜູ້ຢ້ຽມຢາມໃໝ່ໆທີ່ເຂົ້າມາປະເທດ.
ພາທຸລະກິດໄປທົ່ວໂລກດ້ວຍຮູບ 360
ເມື່ອຕົ້ນປີນີ້, Federico ໄດ້ເລີ່ມສຳຫຼວດເກາະທາງຕອນເໜືອຂອງ Pemba . ໃນເວລາພຽງ 6 ມື້, Federico ແລະ Ibrahim Khalid, ອະດີດອາສາສະໝັກນັກສຶກສາ, ໄດ້ບັນທຶກຮູບກວ່າ 500 ກິໂລແມັດ ແລະ ພາໂນຣາມາທາງອາກາດກວ່າ 40 ຮູບ, ເຊິ່ງເຂົາເຈົ້າໄດ້ອັບໂຫຼດໄປໃສ່ Google ແຜນທີ່ໂດຍໃຊ້ ສະຕູດິໂອສະຕຣີດວິວ .
ດ້ວຍວິດີໂອທີ່ມີຄວາມຖືກຕ້ອງຂອງສະຖານທີ່ທ່ອງທ່ຽວ, ແຫຼ່ງມໍລະດົກ, ໂຮງແຮມ ແລະ ທຸລະກິດຕ່າງໆ, ເຂົາເຈົ້າຈຶ່ງສາມາດສ້າງ ການທົວທົ່ວໂລກແຫ່ງຊາດຂອງແຊນຊິບາ , ເຊິ່ງເປັນແພລດຟອມທີ່ເຕີບໃຫຍ່ຢ່າງໄວວາ ແລະ ສົ່ງເສີມເກາະຕ່າງໆໃນທົ່ວໂລກ.
ຈາກການສ້າງແຜນທີ່ໄປສູ່ການສ້າງວຽກ
ເມື່ອ Federico ພົບ Shamymu Yassin ເປັນເທື່ອທຳອິດ, ລາວເປັນນັກສຶກສາທີ່ຫວັງວ່າຈະເປັນນັກຂັບໂດຣນ. ດ້ວຍຄວາມມຸ່ງໝັ້ນໃນການປັບປຸງອະນາຄົດຂອງແຊນຊິບາ, Shamymu ຈຶ່ງຫັນໄປຫາທີມງານ WT360 ເພື່ອສຶກສາກ່ຽວກັບເທັກໂນໂລຢີສະຕຣີດວິວ. ລາວໄດ້ຮັບການສອນໃຫ້ໃຊ້ກ້ອງຖ່າຍຮູບທີ່ດີທີ່ສຸດ, ວິທີບັນທຶກຮູບ ແລະ ວິທີອັບໂຫຼດພວກມັນໄປໃສ່ Google ແຜນທ . ໃນອີກບໍ່ດົນ Shamymu ກໍຈະຊ່ຽວຊານໃນທັກສະເຫຼົ່ານີ້ ແລະ ກາຍເປັນຊ່າງພາບມືອາຊີບ, ເຊິ່ງຈະສຳຫຼວດ ແລະ ສ້າງແຜນທີ່ເກາະຕ່າງໆຂອງແຊນຊິບາເພື່ອຫາລ້ຽງຊີບ. ີ່
ຕອນນີ້ Federico, Shamymu ແລະ Ibrahim ກຳລັງເຮັດວຽກເພື່ອອັບໂຫຼດຮູບທາງອາກາດໃໝ່ຂອງແຊນຊິບາ, ໂດຍສຸມໃສ່ພື້ນທີ່ພັດທະນາແລ້ວຫຼ້າສຸດ, ທຸລະກິດໃໝ່ ແລະ ໂຮງແຮມທີ່ໄດ້ຮັບການປັບປຸງໃໝ່. ແລະ ດ້ວຍການເປີດຕົວຂອງ ສວນສະໜຸກຂອງແຊນຊິບາ , ພາລະກິດຂອງເຂົາເຈົ້າກໍເຕີບໃຫຍ່ຂຶ້ນເລື້ອຍໆ.
ການວາງຮາກຖານເພື່ອສ້າງແຜນທີ່ແຊນຊິບາ ແລະ ສົ່ງເສີມຄົນໃນທ້ອງຖິ່ນ
ສຶກສາເພີ່ມເຕີມກ່ຽວກັບວິທີທີ່ລັດຖະບານແຊນຊິບາ ແລະ ຊ່າງພາບ WT360 ເລີ່ມໂຄງການເພື່ອສ້າງແຜນທີ່ຂອງປະເທດ.
ການສ້າງແຜນທີ່ລະດັບໃຫຍ່ຢູ່ Zanzibar: ການເຜີຍແຜ່ຂໍ້ມູນທີ່ສະຫຼາດຂຶ້ນ ແລະ ໄວຂຶ້ນດ້ວຍສະຕູດິໂອສະຕຣີດວິວ
ຄຸນນະພາບຂອງຮູບ ແລະ ກ້ອງຖ່າຍຮູບໄດ້ຮັບການປັບປຸງມາຕັ້ງແຕ່ປີ 2019 ແລະ ດ້ວຍການເປີດຕົວຂອງ ສະຕູດິໂອສະຕຣີດວິວ ການເຜີຍແຜ່ຮູບຈຶ່ງງ່າຍຂຶ້ນ ແລະ ໄວຂຶ້ນ. ຊ່າງພາບສາມາດອັບໂຫຼດວິດີໂອ 360 ຫຼາຍອັນພ້ອມກັນໄດ້, ຕິດຕາມສະຖານະ, ຊອກຫາເນື້ອຫາທີ່ອັບໂຫຼດແລ້ວຕາມສະຖານທີ່ ຫຼື ຊື່ໄຟລ໌ຕົ້ນສະບັບ ແລະ ວາງແຜນການຮວບຮວມໃນອະນາຄົດຂອງເຂົາເຈົ້າໂດຍໃຊ້ຊັ້ນຂໍ້ມູນແຜນທີ່ທີ່ໂຕ້ຕອບໄດ້.
ພວກເຮົາໄດ້ເຜີຍແຜ່ທັງໝົດຂອງເກາະ Pemba ໂດຍໃຊ້ສະຕູດິໂອສະຕຣີດວິວແລ້ວ. ການປັບປຸງຫຼັກຂອງເຄື່ອງມືຕ່າງໆແມ່ນອ້າງອີງໃສ່ອົງການ, ເຊັ່ນ: ການສາມາດສືບຕໍ່ການອັບໂຫຼດທີ່ຢຸດໄວ້ຊົ່ວຄາວ ຫຼື ທີ່ຖືກລົບກວນ ແລະ ການອັບໂຫຼດວິດີໂອຫຼາຍອັນພ້ອມກັນໂດຍບໍ່ຕ້ອງຕື່ນມາກາງເດິກເພື່ອເພີ່ມໄຟລ໌ໃໝ່. ນີ້ໄດ້ຊ່ວຍໃຫ້ພວກເຮົາມີເວລານອນຫຼາຍຂຶ້ນຫຼາຍ!
ການສ້າງອະນາຄົດ
Project Zanzibar ເລີ່ມຂຶ້ນໂດຍມີເປົ້າໝາຍເພື່ອສົ່ງເສີມ ແລະ ສອນນັກສຶກສາໃນທ້ອງຖິ່ນໃຫ້ສ້າງແຜນທີ່ປະເທດຂອງເຂົາເຈົ້າ ແລະ ໄດ້ສ້າງຜົນກະທົບໃນທົ່ວໂລກຕັ້ງແຕ່ນັ້ນມາ. ສາມປີຜ່ານໄປ, ໂຄງການດັ່ງກ່າວໄດ້ນຳທຸລະກິດທ້ອງຖິ່ນໄປສູ່ແນວໜ້າ ແລະ ໄດ້ປົດລັອກໂອກາດທາງອາຊີບໃຫ້ກັບອະດີດອາສາສະໝັກແບບ Shamymu ແລະ Ibrahim.